ຈາກປົກ
ໃຊ້ເວລາແນວໃດບໍ່ໃຫ້ເສຍໄປລ້າໆ
“ຖ້າຂ້ອຍມີເວລາຫຼາຍກວ່ານີ້ກໍຄືຊິດີ!” ເຈົ້າເວົ້າແບບນີ້ຕະຫຼອດບໍ? ບໍ່ວ່າຈະເປັນຄົນມີອຳນາດ ຄົນຮັ່ງຄົນມີ ຫຼືທຸກຍາກຂາດເຂີນ ເຮົາທຸກຄົນກໍມີເວລາເທົ່າກັນ. ເມື່ອເວລາຜ່ານໄປແລ້ວ ມັນກໍບໍ່ມີວັນກັບຄືນມາອີກ. ດັ່ງນັ້ນ ຄືຊິດີຖ້າເຮົາໃຊ້ເວລາທີ່ເຮົາມີໃຫ້ເກີດປະໂຫຍດຫຼາຍທີ່ສຸດ. ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ? ຕໍ່ໄປນີ້ເປັນ 4 ວິທີທີ່ຊ່ວຍຫຼາຍຄົນໃຫ້ໃຊ້ເວລາຢ່າງຄຸ້ມຄ່າທີ່ສຸດ.
ວິທີທີ 1: ຈັດລະບຽບຊີວິດ
ຈັດລຳດັບຄວາມສຳຄັນ. ຄຳພີໄບເບິນແນະນຳໃຫ້ເຮົາ “ເບິ່ງໃຫ້ອອກວ່າສິ່ງໃດສຳຄັນກວ່າ”. (ຟີລິບປອຍ 1:10) ລອງຂຽນຂຶ້ນມາແລະເບິ່ງວ່າເລື່ອງໃດສຳຄັນ ເລື່ອງໃດດ່ວນ ຫຼືເລື່ອງໃດທັງດ່ວນແລະສຳຄັນ ແຕ່ເຮົາກໍຕ້ອງຈື່ໄວ້ສະເໝີວ່າບາງເທື່ອເລື່ອງສຳຄັນອາດບໍ່ແມ່ນເລື່ອງດ່ວນ ເຊັ່ນ: ການຊື້ອາຫານສຳລັບຕອນແລງສຳຄັນແຕ່ບໍ່ດ່ວນ. ສ່ວນການເບິ່ງລະຄອນຕອນຈົບຫຼືລາຍການໂທລະທັດທີ່ມັກອາດເບິ່ງຄືເປັນເລື່ອງດ່ວນ ແຕ່ມັນອາດບໍ່ສຳຄັນຫຍັງເລີຍ. *
ຄິດລ່ວງໜ້າ. ຜູ້ເທສະໜາປ່າວປະກາດ 10:10, ລ.ມ. ບອກວ່າ: “ຖ້າເຄື່ອງມືເຫຼັກບໍ່ຄົມແລ້ວບໍ່ຝົນໃຫ້ຄົມກໍຕ້ອງອອກແຮງຫຼາຍ. ແຕ່ສະຕິປັນຍາຊ່ວຍໃຫ້ປະສົບຄວາມສຳເລັດ.” ເຮົາໄດ້ຂໍ້ຄິດຫຍັງ? ການຝົນເຄື່ອງມືເຫຼັກໃຫ້ຄົມປຽບຄືກັບການວາງແຜນລ່ວງໜ້າເພື່ອຊ່ວຍເຈົ້າໃຫ້ໃຊ້ເວລາຢ່າງຄຸ້ມຄ່າແລະເກີດປະໂຫຍດສູງສຸດ. ຖ້າເຈົ້າເຮັດວຽກໄດ້ທັນຕາມທີ່ວາງແຜນໄວ້ແລ້ວແລະຮູ້ວ່າຍັງມີເວລາເຫຼືອ ເປັນຫຍັງບໍ່ເລື່ອນວຽກທີ່ຄິດວ່າຈະເຮັດທີຫຼັງຂຶ້ນມາເຮັດຕໍ່ເລີຍ? ການຄິດລ່ວງໜ້າຊ່ວຍໃຫ້ເຈົ້າໄດ້ຜົນງານຫຼາຍຂຶ້ນ ຄືກັບຄົນສະຫຼາດທີ່ຝົນເຄື່ອງມືເຫຼັກໃຫ້ຄົມຢູ່ສະເໝີ.
ເຮັດຊີວິດໃຫ້ຮຽບງ່າຍ. ອັນໃດທີ່ບໍ່ສຳຄັນຫຼືບໍ່ຄຸ້ມຄ່າກັບເວລາທີ່ເສຍໄປ ກໍຕ້ອງຮູ້ຈັກປະຕິເສດແດ່. ເພາະກິດຈະກຳແລະການນັດໝາຍທີ່ຫຼາຍເກີນໄປອາດເພີ່ມຄວາມຕຶງຄຽດໃຫ້ເຈົ້າໂດຍບໍ່ຈຳເປັນແລະເຮັດໃຫ້ເຈົ້າເມື່ອຍແທນທີ່ຈະມີຄວາມສຸກ.
ວິທີທີ 2: ລະວັງໂຕຂີ້ລັກເວລາ
ເລື່ອນມື້ເລື່ອນຍາມແລະມົວແຕ່ລັງເລ. “ຄົນທີ່ສັງເກດເບິ່ງລົມຈະບໍ່ຫວ່ານພືດ ແລະຄົນທີ່ສັງເກດເບິ່ງເມກຈະບໍ່ເກັບກ່ຽວ.” (ຜູ້ເທສະໜາປ່າວປະກາດ 11:4, ລ.ມ.) ເຮົາໄດ້ຂໍ້ຄິດຫຍັງ? ການເລື່ອນມື້ເລື່ອນຍາມເປັນຄືຂີ້ລັກທີ່ມາຫຼອຍເອົາເວລາຂອງເຮົາ ເຮັດໃຫ້ເສຍເວລາແລະບໍ່ໄດ້ວຽກໄດ້ງານຫຍັງເລີຍ. ຊາວນາທີ່ມົວແຕ່ຖ້າໃຫ້ຟ້າຝົນເປັນໃຈອາດບໍ່ມີທາງໄດ້ຫວ່ານຫຼືເກັບກ່ຽວພືດຜົນ. ຄ້າຍຄືກັນ ບາງເທື່ອເຮົາອາດປ່ອຍໃຫ້ຄວາມບໍ່ແນ່ນອນຂອງຊີວິດມາເຮັດໃຫ້ເຮົາມົວແຕ່ລັງເລບໍ່ກ້າເຮັດຫຍັງ. ຫຼືເຮົາອາດຮູ້ສຶກວ່າຕ້ອງຖ້າຈົນກວ່າຈະໄດ້ຂໍ້ມູນຄົບຖ້ວນທຸກຢ່າງກ່ອນຈຶ່ງຕັດສິນໃຈ. ແນ່ນອນວ່າເຮົາຕ້ອງຄົ້ນຄວ້າຂໍ້ມູນຢ່າງຮອບຄອບກ່ອນຕັດສິນໃຈໃນເລື່ອງທີ່ສຳຄັນ. ຄືທີ່ສຸພາສິດ 14:15, ລ.ມ. ບອກໄວ້ວ່າ: “ຄົນຂາດປະສົບການເຊື່ອຄຳເວົ້າທຸກຄຳ ແຕ່ຄົນສະຫຼາດຄິດກ່ອນເຮັດສະເໝີ.” ແຕ່ໃນຄວາມເປັນຈິງແລ້ວມີຫຼາຍເທື່ອທີ່ເຮົາຕ້ອງຕັດສິນໃຈໄປກ່ອນທັງໆທີ່ຍັງບໍ່ຮູ້ຫຍັງເລີຍ.—ຜູ້ເທສະໜາປ່າວປະກາດ 11:6
ຄາດໝາຍຄວາມສົມບູນແບບ. ຢາໂກໂບ 3:17 ບອກວ່າ: “ສະຕິປັນຍາຈາກທາງເທິງ [ຈາກພະເຈົ້າ] . . . ມີເຫດຜົນ.” ແນ່ນອນວ່າ ມາດຕະຖານສູງເປັນສິ່ງທີ່ໃຜກໍມັກ! ແຕ່ບາງເທື່ອ ເຮົາອາດຕັ້ງມາດຕະຖານທີ່ສູງເກີນຈິງ ເມື່ອໂຕເອງເຮັດບໍ່ໄດ້ກໍທໍ້ໃຈແລະຜິດຫວັງ. ຕົວຢ່າງເຊັ່ນ ຄົນທີ່ກຳລັງຮຽນພາສາຕ່າງປະເທດ ກໍຕ້ອງກຽມໃຈໄວ້ເລີຍວ່າລາວອາດເວົ້າຜິດແດ່ຖືກແດ່ ແລະທີ່ຈິງລາວຈະຮຽນຮູ້ໄດ້ຈາກຄວາມຜິດພາດນັ້ນ. ແຕ່ຄົນທີ່ຄາດໝາຍຄວາມສົມບູນແບບຈະຮູ້ສຶກອາຍແລະຖ້າບໍ່ແນ່ໃຈແທ້ໆກໍຈະບໍ່ກ້າເວົ້າ ແລະຄວາມຄິດແບບນີ້ແຫຼະທີ່ເຮັດໃຫ້ລາວບໍ່ກ້າວໜ້າ. ດີກວ່າບໍຖ້າເຮົາຈະຖ່ອມໂຕຖ່ອມໃຈຍອມຮັບຄວາມຜິດພາດທີ່ອາດເກີດຂຶ້ນ? ສຸພາສິດ 11:2, ລ.ມ. ບອກວ່າ: “ຄົນຈຽມຕົວຈະມີສະຕິປັນຍາ.” ຫຼາຍກວ່ານັ້ນ ຄົນທີ່ຈຽມຕົວແລະຖ່ອມຕົວຈະບໍ່ຖືວ່າເປັນເລື່ອງຄໍຂາດບາດຕາຍ ແຕ່ຈະຫົວກັບໂຕເອງຖ້າຕ້ອງໜ້າແຕກແດ່ຫຼືເຮັດຫຍັງທີ່ເປັນຕາອາຍ.
“ເມື່ອຊື້ຫຍັງຈັກຢ່າງ ເຈົ້າບໍ່ໄດ້ຈ່າຍພຽງແຕ່ເງິນ. ແຕ່ເຈົ້າຈ່າຍເວລາທີ່ຫາເງິນຈຳນວນນັ້ນໄປນຳ.”—ຈາກປຶ້ມວັອດທູດູບີທວີນເບີດແອນເດດ (What to Do Between Birth and Death)
ວິທີທີ 3: ມີຄວາມສົມດຸນແລະເບິ່ງຕາມຄວາມເປັນຈິງ
ເຮັດວຽກຢ່າງສົມດຸນແລະຊື່ນຊົມກັບຜົນງານ. “ພັກຜ່ອນຈັກເລັກໜ້ອຍດີກວ່າມີແຕ່ເຮັດວຽກໜັກແລະແລ່ນໄລ່ຕາມລົມ.” (ຜູ້ເທສະໜາປ່າວປະກາດ 4:6, ລ.ມ.) ຄົນບ້າວຽກມັກຈະບໍ່ມີໂອກາດໄດ້ຊື່ນຊົມກັບຜົນງານທີ່ລາວອົດສາ “ເຮັດວຽກໜັກ.” ເພາະເຂົາເຈົ້າບໍ່ເຫຼືອເວລາແລະເຫື່ອແຮງທີ່ຈະຊື່ນຊົມກັບສິ່ງເຫຼົ່ານັ້ນ. ສ່ວນຄົນຂີ້ຄ້ານກໍມີແຕ່ງໍມືງໍຕີນບໍ່ຍອມ “ເຮັດວຽກໜັກ” ແລະປ່ອຍເວລາອັນມີຄ່າໃຫ້ຜ່ານໄປ. ຄຳພີໄບເບິນສະໜັບສະໜູນໃຫ້ເຮົາເປັນຄົນສົມດຸນ ຄືເຮັດວຽກໜັກແລະຊື່ນຊົມກັບຜົນງານທີ່ໄດ້ເຮັດ. ຄວາມສຸກທີ່ໄດ້ນີ້ເປັນ “ຂອງຂວັນຈາກພະເຈົ້າ.”—ຜູ້ເທສະໜາປ່າວປະກາດ 5:19, ລ.ມ.
ຢ່າຄິດວ່າການນອນຫຼັບບໍ່ສຳຄັນ. ຜູ້ຂຽນຄຳພີໄບເບິນຄົນໜຶ່ງບອກວ່າ: “ຂ້ອຍຈະນອນຫຼັບຢ່າງສະບາຍໃຈ ເພາະພະເຢໂຫວາຜູ້ດຽວເຮັດໃຫ້ຂ້ອຍຢູ່ຢ່າງປອດໄພ.” (ຄຳເພງ 4:8, ລ.ມ.) ຕາມປົກກະຕິແລ້ວ ຜູ້ໃຫຍ່ຕ້ອງນອນມື້ລະປະມານແປດຊົ່ວໂມງເພື່ອຮ່າງກາຍແລະອາລົມຈະສົດຊື່ນແຈ່ມໃສ ແລະສະໝອງກໍປອດໂປ່ງນຳ. ສະນັ້ນ ການນອນຫຼັບພັກຜ່ອນຖືເປັນການລົງທຶນທີ່ຄຸ້ມຄ່າກັບເວລາທີ່ເສຍໄປ ເພາະຈະຊ່ວຍໃຫ້ມີສະມາທິແລະມີຄວາມຈື່ຈຳດີ. ແຕ່ການອົດຫຼັບອົດນອນຈະເຮັດໃຫ້ຄວາມສາມາດໃນການຮຽນຮູ້ຫຼຸດລົງ ແລະອາດເຮັດໃຫ້ເກີດອຸບັດຕິເຫດ ເກີດຄວາມຜິດພາດ ໃຈຮ້າຍ ຫຼືຫງຸດຫງິດງ່າຍ.
ຕັ້ງເປົ້າໝາຍທີ່ເຮັດໄດ້ແທ້. “ໄດ້ຊື່ນຊົມກັບສິ່ງທີ່ເຫັນຕອນນີ້ກໍດີກວ່າທຽວຕາມຫາສິ່ງທີ່ຢາກໄດ້.” (ຜູ້ເທສະໜາປ່າວປະກາດ 6:9, ລ.ມ.) ຂໍ້ຄິດແມ່ນຫຍັງ? ຄົນສະຫຼາດຈະບໍ່ປ່ອຍໃຫ້ໂຕເອງຕົກເປັນທາດຂອງຄວາມຢາກໄດ້ນັ້ນຢາກໄດ້ນີ້ ໂດຍສະເພາະຄວາມຕ້ອງການທີ່ເປັນໄປໄດ້ຍາກຫຼືເປັນໄປບໍ່ໄດ້ເລີຍ. ດັ່ງນັ້ນ ລາວຈະບໍ່ຫຼົງເຊື່ອເມື່ອເຫັນໂຄສະນາສິນຄ້າທີ່ຊວນໃຫ້ຊື້ຫຼືໃຊ້ບັດເຄຣດິດແບບບໍ່ຄິດໜ້າຄິດຫຼັງ. ລາວຮຽນຮູ້ທີ່ຈະພໍໃຈກັບສິ່ງທີ່ມີແລະເປົ້າໝາຍທີ່ສາມາດເຮັດໄດ້ແທ້ໆຈາກ “ສິ່ງທີ່ເຫັນ.”
ວິທີທີ 4: ໃຫ້ຄ່ານິຍົມທີ່ດີຊີ້ນຳເຈົ້າ
ກວດເບິ່ງວ່າຄ່ານິຍົມຂອງເຈົ້າເປັນແນວໃດ. ຄ່ານິຍົມຂອງເຈົ້າຈະເປັນເຄື່ອງວັດແທກວ່າອັນໃດດີ ອັນໃດສຳຄັນ ແລະມີຄຸນຄ່າສຳລັບເຈົ້າ. ຖ້າຊີວິດປຽບຄືກັບລູກທະນູ ຄ່ານິຍົມກໍເປັນຄືເປົ້າ. ດັ່ງນັ້ນ ຖ້າມີຄ່ານິຍົມທີ່ດີກໍຈະຊ່ວຍເຈົ້າໃຫ້ຈັດລຳດັບຄວາມສຳຄັນຂອງເລື່ອງຕ່າງໆໃນຊີວິດໄດ້ດີນຳ ແລະເຮັດໃຫ້ເຈົ້າໃຊ້ເວລາທຸກນາທີຢ່າງຄຸ້ມຄ່າ. ແຕ່ເຈົ້າຈະຫາຄ່ານິຍົມທີ່ດີໄດ້ຈາກໃສ? ຫຼາຍຄົນຊອກຫາຄຳແນະນຳໃນຄຳພີໄບເບິນ ເພາະຮູ້ວ່າຄຳພີໄບເບິນມີຄຳແນະນຳຈາກຜູ້ມີສະຕິປັນຍາທີ່ລ້ຳເລີດ.—ສຸພາສິດ 2:6, 7
ໃຫ້ຄວາມຮັກເປັນຄ່ານິຍົມທີ່ສຳຄັນທີ່ສຸດ. ໂກໂລຊາຍ 3:14 ບອກວ່າ: “ຄວາມຮັກຜູກພັນຜູ້ຄົນໃຫ້ເປັນນ້ຳໜຶ່ງໃຈດຽວກັນ.” ເຮົາບໍ່ມີທາງມີຄວາມສຸກແທ້ແລະຄວາມສະຫງົບໃຈໄດ້ແທ້ໆຖ້າບໍ່ມີຄວາມຮັກ ໂດຍສະເພາະກັບຄົນໃນຄອບຄົວ. ຄົນທີ່ບໍ່ສົນໃຈສະແດງຄວາມຮັກຕໍ່ຄົນອື່ນ ແຕ່ພັດໄປໃຫ້ຄວາມສຳຄັນກັບວຽກອາຊີບຫຼືການໄລ່ຕິດຕາມຄວາມລ້ຳລວຍ ລາວຈະບໍ່ມີທາງພົບຄວາມສຸກແທ້. ດັ່ງນັ້ນ ຄຳພີໄບເບິນຈຶ່ງເວົ້າເຖິງຄວາມຮັກເປັນຮ້ອຍໆເທື່ອແລະສະໜັບສະໜູນເຮົາໃຫ້ຖືວ່າຄວາມຮັກເປັນຄ່ານິຍົມທີ່ດີທີ່ສຸດ.—1 ໂກຣິນໂທ 13:1-3; 1 ໂຢຮັນ 4:8
ແບ່ງເວລາໄວ້ສຳລັບການຮຽນຮູ້ເລື່ອງພະເຈົ້າ. ເຖິງວ່າເຈບຟ໌ຈະມີເມຍທີ່ໜ້າຮັກ ມີລູກສອງຄົນທີ່ລ່າເລີງແຈ່ມໃສ ແລະມີໝູ່ທີ່ດີ ຊີວິດຂອງລາວເບິ່ງຄືມີຄວາມສຸກສົມບູນແບບ. ແຕ່ເນື່ອງຈາກລາວມີອາຊີບເປັນເຈົ້າໜ້າທີ່ປະຈຳລົດໂຮງໝໍ ເຮັດໃຫ້ລາວຕ້ອງເຫັນຄວາມທຸກແລະຄວາມຕາຍຂອງຜູ້ຄົນຢູ່ເລື້ອຍໆ. ລາວຈຶ່ງເກີດຄຳຖາມໃນໃຈວ່າ “ນີ້ຫວາຊີວິດ?” ແລ້ວມື້ໜຶ່ງລາວກໍໄດ້ອ່ານປຶ້ມອະທິບາຍຄຳພີໄບເບິນຂອງພະຍານພະເຢໂຫວາ ແລະໄດ້ພົບຄຳຕອບທີ່ລາວຄອຍຖ້າມາດົນ.
ເຈບຟ໌ເລົ່າເລື່ອງທີ່ລາວໄດ້ຮຽນຮູ້ໃຫ້ເມຍແລະລູກຟັງ ເຂົາເຈົ້າກໍສົນໃຈຫຼາຍນຳ. ຕໍ່ມາຄອບຄົວຂອງລາວກໍໄດ້ເລີ່ມຮຽນຄຳພີໄບເບິນຢ່າງຈິງຈັງ ແລະໄດ້ມາຮູ້ວ່າຈະໃຊ້ເວລາແນວໃດໃຫ້ຄຸ້ມຄ່າ ຕອນນີ້ ຊີວິດຄອບຄົວຂອງລາວມີຄວາມສຸກຫຼາຍ. ການສຶກສາຄຳພີໄບເບິນຍັງຊ່ວຍໃຫ້ເຂົາເຈົ້າມີຄວາມຫວັງທີ່ສົດໃສທີ່ຈະມີຊີວິດຕະຫຼອດໄປໃນໂລກທີ່ບໍ່ມີຄວາມທຸກຍາກລຳບາກ ແລະມີຊີວິດຢູ່ຢ່າງມີຈຸດມຸ່ງໝາຍ.—ພະນິມິດ 21:3, 4
ປະສົບການຂອງເຈບຟ໌ເຮັດໃຫ້ເຮົາຄິດເຖິງຄຳເວົ້າຂອງພະເຢຊູທີ່ບອກວ່າ: “ຄົນທີ່ຮູ້ຕົວວ່າຈຳເປັນຕ້ອງເພິ່ງພະເຈົ້າກໍມີຄວາມສຸກ.” (ມັດທາຍ 5:3) ເຈົ້າຢາກແບ່ງເວລາໄວ້ຈັກໜ້ອຍໜຶ່ງບໍເພື່ອຮຽນຮູ້ເລື່ອງພະເຈົ້າເຊິ່ງຈະເຮັດໃຫ້ພົບຄວາມສຸກແທ້? ນີ້ເປັນການໃຊ້ເວລາແບບຄຸ້ມຄ່າທີ່ສຸດ ເພາະການຮຽນຮູ້ເລື່ອງນີ້ຈະຊ່ວຍໃຫ້ເຈົ້າຮູ້ວິທີໃຊ້ເວລາໃຫ້ເກີດປະໂຫຍດຫຼາຍທີ່ສຸດ ບໍ່ແມ່ນແຕ່ໃນແຕ່ລະມື້ທີ່ຜ່ານໄປເທົ່ານັ້ນ ແຕ່ຕະຫຼອດທັງຊີວິດຂອງເຈົ້ານຳ.
^ ຂໍ້ 5 ເບິ່ງ “20 ວິທີເພື່ອຈະມີເວລາຫຼາຍຂຶ້ນ” (ພາສາໄທ) ໃນວາລະສານຕື່ນເຖີດ! ສະບັບເມສາ 2010