ເຈົ້າຮູ້ບໍ?
ຄົນໃນສະໄໝທີ່ຂຽນຄຳພີໄບເບິນນັບປີແລະເດືອນແນວໃດ?
ຄົນເຮັບເຣີທີ່ຢູ່ໃນແຜ່ນດິນຕາມຄຳສັນຍາໄດ້ນັບປີໃໝ່ຕອນທີ່ເຂົາເຈົ້າເລີ່ມໄຖນາແລະຫວ່ານເມັດພືດ ເຊິ່ງກົງກັບເດືອນກັນຍາແລະເດືອນຕຸລາໃນປັດຈຸບັນ.
ປະຕິທິນຈັນທະຄະຕິມີ 12 ເດືອນ. ແຕ່ລະເດືອນມີ 29 ຫຼື 30 ມື້ ນີ້ຈຶ່ງເຮັດໃຫ້ປີຈັນທະຄະຕິສັ້ນກວ່າປີສຸລິຍະຄະຕິ. ແຕ່ເພື່ອຈະໃຫ້ 2 ປີນີ້ກົງກັນຈຶ່ງມີການເພີ່ມມື້ຫຼືເພີ່ມເດືອນເຂົ້າມາໃນປີຈັນທະຄະຕິເປັນບາງເທື່ອກ່ອນທີ່ຈະເລີ່ມຕົ້ນປີຕໍ່ໄປ. ການຄິດໄລ່ແບບນີ້ໄດ້ເຮັດໃຫ້ປະຕິທິນຈັນທະຄະຕິກົງກັບລະດູການໄຖນາ ປູກຝັງແລະເກັບກ່ຽວ.
ໃນສະໄໝຂອງໂມເຊ ພະເຈົ້າໄດ້ບອກປະຊາຊົນຂອງເພິ່ນວ່າ ປີໃໝ່ເຊິ່ງເປັນປີຕາມປະທິນທາງສາສະໜາ ຈະເລີ່ມຕົ້ນຈາກເດືອນອາບິບຫຼືເດືອນນີຊານເຊິ່ງເປັນລະດູໃບໄມ້ປົ່ງ. (ອົບ. 12:2; 13:4) ໃນເດືອນນັ້ນຈະມີເທດສະການເກັບກ່ຽວເຂົ້າບາເລ.—ອົບ. 23:15, 16
ນັກວິຊາການຄົນໜຶ່ງທີ່ຊື່ ເອມິວ ຊູເຣີ ເວົ້າໃນປຶ້ມປະຫວັດສາດຂອງຄົນຢິວໃນສະໄໝພະເຢຊູ (The History of the Jewish People in the Age of Jesus Christ) ວ່າ: “ມັນບໍ່ງ່າຍທີ່ຈະຮູ້ວ່າປີໃດຕ້ອງຕື່ມວັນໃໝ່ຫຼືເດືອນໃໝ່.” ລາວໄດ້ເວົ້າຕື່ມວ່າ: “ເທດສະການປັດສະຄາຈະຈັດຂຶ້ນໃນວັນທີ 14 ເດືອນນີຊານເຊິ່ງເປັນມື້ທີ່ເດືອນເຕັມ ແລະຕ້ອງເລີ່ມຕໍ່ຈາກມື້ທີ່ກາງເວັນແລະກາງຄືນຍາວເທົ່າກັນ. ດັ່ງນັ້ນ ຖ້າສັງເກດເຫັນວ່າເທດສະການປັດສະຄາຈະເລີ່ມກ່ອນມື້ທີ່ກາງເວັນແລະກາງຄືນຍາວເທົ່າກັນ ກໍຈະມີການແຈ້ງຢ່າງເປັນທາງການວ່າຈະເພີ່ມເດືອນໃໝ່ ຫຼືເດືອນ 13 ກ່ອນທີ່ຈະຮອດເດືອນນີຊານ.”
ພະຍານພະເຢໂຫວາໄດ້ໃຊ້ວິທີການຄິດໄລ່ແບບນີ້ເພື່ອກຳນົດມື້ທີ່ຈະຈັດການປະຊຸມອະນຸສອນຈຶ່ງຈະຈັດຂຶ້ນໃນລະດູໃບໄມ້ປົ່ງກົງກັບວັນທີ 14 ເດືອນນີຊານຕາມປະຕິທິນຂອງຊາວເຮັບເຣີ. ປະຊາຄົມຕ່າງໆທີ່ຢູ່ທົ່ວໂລກຈະໄດ້ຮັບການແຈ້ງວັນທີຂອງການປະຊຸມອະນຸສອນລ່ວງໜ້າ. a
ແຕ່ຄົນເຮັບເຣີຮູ້ໄດ້ແນວໃດວ່າໜຶ່ງເດືອນໝົດຕອນໃດແລະເດືອນໃໝ່ເລີ່ມຕົ້ນຕອນໃດ? ໃນທຸກມື້ນີ້ເຮົາອາດຈະຮູ້ໄດ້ງ່າຍໆຍ້ອນເຮົາເບິ່ງຕາມປະຕິທິນແບບເປັນເຈ້ຍຫຼືເບິ່ງປະຕິທິນທີ່ຢູ່ໃນໂທລະສັບ ແທັບເລັດ ຫຼືຄອມພິວເຕີ. ແຕ່ຄົນໃນສະໄໝທີ່ຂຽນຄຳພີໄບເບິນບໍ່ໄດ້ຮູ້ງ່າຍປານນັ້ນ.
ໃນສະໄໝຂອງໂນອາ ຄົນເຮັບເຣີຖືວ່າໜຶ່ງເດືອນມີ 30 ມື້. (ຕົ້ນ. 7:11, 24; 8:3, 4) ແຕ່ຕໍ່ມາເຂົາເຈົ້າກໍບໍ່ໄດ້ກຳນົດວ່າມີ 30 ມື້ຕາຍໂຕ ເພາະເຂົາເຈົ້າເລີ່ມຕົ້ນເດືອນໃໝ່ເມື່ອເລີ່ມເຫັນດວງເດືອນອອກມາ ນີ້ຈຶ່ງເຮັດໃຫ້ໜຶ່ງເດືອນຕາມປະຕິທິນຂອງຊາວເຮັບເຣີອາດຈະມີ 29 ຫຼື 30 ມື້.
ມີເທື່ອໜຶ່ງທັງດາວິດແລະໂຢນາທານໄດ້ເວົ້າເຖິງການເລີ່ມຕົ້ນຂອງເດືອນໃໝ່ວ່າ: “ມື້ອື່ນເດືອນອອກໃໝ່.” (1 ຊາມ. 20:5, 18) ເບິ່ງຄືວ່າໃນສະຕະວັດທີ 11 ກ່ອນ ຄ.ສ ຈະມີການກຳນົດເດືອນໄວ້ລ່ວງໜ້າແລ້ວ. ແລ້ວຄົນອິດສະຣາເອນຈະຮູ້ໄດ້ແນວໃດວ່າເດືອນໃໝ່ເລີ່ມຕົ້ນຕອນໃດ? ໃນປຶ້ມມິດຊ໌ນາເຊິ່ງເປັນປຶ້ມທີ່ລວບລວມເອົາປະເພນີແລະກົດໝາຍຂອງຊາວຢິວທີ່ເວົ້າຕໍ່ກັນມາບອກວ່າ: “ຫຼັງຈາກທີ່ຄົນຢິວກັບມາຈາກການເປັນຊະເລີຍຢູ່ບາບີໂລນ ສານຊັນເຮດຣິນຫຼືສານສູງຂອງຊາວຢິວຈະປະຊຸມກັນໃນວັນທີ 30 ຂອງເດືອນທີ່ມີເທດສະການເຊິ່ງໃນ 1 ປີຈະມີ 7 ເດືອນ. ແລະສະມາຊິກຂອງສານຊັນເຮດຣິນຈະເປັນຜູ້ກຳນົດວ່າເດືອນໃໝ່ຈະເລີ່ມຕົ້ນຕອນໃດ. ເຂົາເຈົ້າໄດ້ເຮັດແນວໃດ?
ເຂົາເຈົ້າຈະຈັດໃຫ້ມີຜູ້ຊາຍຈຳນວນໜຶ່ງຢືນຢູ່ບ່ອນສູງໆຫຼາຍບ່ອນທົ່ວເມືອງເຢຣູຊາເລັມເພື່ອຈະເບິ່ງເດືອນອອກໃໝ່. ເມື່ອຄົນເຫຼົ່ານັ້ນເຫັນເດືອນອອກໃໝ່ ເຂົາເຈົ້າກໍຈະຮີບໄປແຈ້ງສານຊັນເຮດຣິນ. ແລະເມື່ອສານຊັນເຮດຣິນເຫັນວ່າມີຂໍ້ມູນພຽງພໍທີ່ຢັ້ງຢືນໄດ້ວ່າມີເດືອນໃໝ່ອອກມາແທ້ ເຂົາເຈົ້າກໍຈະປະກາດວ່າເດືອນໃໝ່ເລີ່ມ
ຕົ້ນແລ້ວ. ແຕ່ຖ້າຂີ້ເຝື້ອຫຼືໝອກເຮັດໃຫ້ເບິ່ງບໍ່ເຫັນເດືອນເດ ເຂົາເຈົ້າຈະເຮັດແນວໃດ? ເຂົາເຈົ້າກໍຈະປະກາດວ່າເດືອນນີ້ມີ 30 ມື້ ແລະມື້ຕໍ່ໄປຈະເລີ່ມເປັນເດືອນໃໝ່.ປຶ້ມມິດຊ໌ນາອະທິບາຍວ່າສານຊັນເຮດຣິນໄດ້ປະກາດການເລີ່ມຕົ້ນເດືອນໃໝ່ໂດຍການດັງໄຟຢູ່ເທິງພູເຂົາໝາກກອກທີ່ຢູ່ໃກ້ກັບເມືອງເຢຣູຊາເລັມ ແລະຍັງດັງໄຟຢູ່ບ່ອນສູງໆທົ່ວເຢຣູຊາເລັມນຳເພື່ອໃຫ້ຄົນອື່ນໆໄດ້ຮັບຮູ້ເລື່ອງນີ້ ແຕ່ຕໍ່ມາກໍປ່ຽນມາໃຊ້ຜູ້ສົ່ງຂ່າວແທນ. ໂດຍວິທີນີ້ຄົນຢິວທີ່ຢູ່ເມືອງເຢຣູຊາເລັມແລະຢູ່ໃນບ່ອນອື່ນໆຈຶ່ງຮູ້ວ່າເດືອນໃໝ່ໄດ້ເລີ່ມຕົ້ນແລ້ວ. ນີ້ຈຶ່ງເຮັດໃຫ້ທຸກຄົນສາມາດສະຫຼອງເທດສະການຕ່າງໆໃນເວລາດຽວກັນ.
ຕາຕະລາງທີ່ຢູ່ໃນບົດນີ້ຈະຊ່ວຍເຮົາໃຫ້ເຂົ້າໃຈເດືອນ ເທດສະການ ແລະລະດູການຕ່າງໆທີ່ຢູ່ໃນປະຕິທິນຂອງຄົນເຮັບເຣີ.
a ເບິ່ງຫໍສັງເກດການ 15 ກຸມພາ 1990 ໜ້າ 15 (ພາສາໄທ)