ຄຳພີໄບເບິນປ່ຽນຊີວິດຄົນ
ຂ້ອຍປະທັບໃຈຄຳຕອບທີ່ຊັດເຈນແລະມີເຫດຜົນຈາກຄຳພີໄບເບິນ
ປີເກີດ 1948
ປະເທດບ້ານເກີດ ຮົງກາລີ
ອະດີດ ຊອກຫາຄຳຕອບສຳຄັບກ່ຽວກັບຊີວິດ
ຊີວິດທີ່ຜ່ານມາ:
ຂ້ອຍເກີດທີ່ເມືອງແກສແຟເຮຣ໌ວາຣ໌ ປະເທດຮົງກາລີ ເຖິງວ່າຈະເປັນເມືອງທີ່ມີປະຫວັດມາຍາວນານ 1.000 ກວ່າປີແລ້ວ ແຕ່ຂ້ອຍຍັງຈື່ໄດ້ເຖິງຄວາມເສຍຫາຍທີ່ໜ້າເສົ້າຈາກສົງຄາມໂລກຄັ້ງທີ 2.
ພໍ່ຕູ້ແມ່ຕູ້ລ້ຽງຂ້ອຍມາຕັ້ງແຕ່ຂ້ອຍຍັງນ້ອຍ ແລະທີ່ຂ້ອຍບໍ່ລືມເລີຍກໍຄື ເອລີຊາເບັດແມ່ຕູ້ຂອງຂ້ອຍສອນໃຫ້ຂ້ອຍມີຄວາມເຊື່ອໃນພະເຈົ້າ. ຕອນອາຍຸ 3 ປີ ທຸກໆແລງຂ້ອຍກັບແມ່ຕູ້ຈະເລົ່າຄຳອະທິດຖານຂອງອົງພະຜູ້ເປັນເຈົ້ານຳກັນ ແຕ່ກວ່າຂ້ອຍຈະເຂົ້າໃຈຄວາມໝາຍຂອງຄຳອະທິດຖານນີ້ ຂ້ອຍກໍອາຍຸເກືອບ 30 ປີແລ້ວ.
ຂ້ອຍຕ້ອງຢູ່ກັບພໍ່ຕູ້ແມ່ຕູ້ຕັ້ງແຕ່ນ້ອຍກໍຍ້ອນພໍ່ແມ່ຕ້ອງການຫາເງິນມາຊື້ເຮືອນດີໆຢູ່. ນີ້ເຮັດໃຫ້ເຂົາເຈົ້າຕ້ອງເຮັດວຽກຕັ້ງແຕ່ເຊົ້າຈົນຮອດຄ່ຳ. ແຕ່ທຸກວັນເສົາທີສອງຂອງເດືອນ ທຸກຄົນໃນຄອບຄົວກໍຈະມາກິນເຂົ້ານຳກັນຢ່າງພ້ອມໜ້າພ້ອມຕາ ຂ້ອຍມັກຫຼາຍທີ່ເຮົາໄດ້ຢູ່ນຳກັນແບບນີ້.
ໃນປີ 1958 ຄວາມຝັນຂອງພໍ່ແມ່ກໍເປັນຄວາມຈິງ ເຂົາເຈົ້າຊື້ເຮືອນທີ່ພວກເຮົາສາມຄົນຈະຢູ່ນຳກັນໄດ້. ຂ້ອຍດີໃຈຫຼາຍທີ່ໃນທີ່ສຸດຂ້ອຍກໍໄດ້ຢູ່ກັບພໍ່ແມ່. ແຕ່ 6 ເດືອນຕໍ່ມາ ຄວາມສຸກນັ້ນກໍຫາຍໄປ ພໍ່ຂ້ອຍຕາຍດ້ວຍໂລກມະເຮັງ.
ຂ້ອຍເສຍໃຈຫຼາຍ ຂ້ອຍຍັງຈື່ໄດ້ວ່າຕອນນັ້ນຂ້ອຍອະທິດຖານວ່າ “ຂ້ອຍຂໍໃຫ້ພະອົງຊ່ວຍພໍ່ຂອງຂ້ອຍບໍ່ແມ່ນບໍ ຂ້ອຍຕ້ອງການໃຫ້ພໍ່ຢູ່ກັບຂ້ອຍ ເປັນຫຍັງພະອົງບໍ່ຊ່ວຍຂ້ອຍ?” ຂ້ອຍຢາກຮູ້ວ່າພໍ່ໄປຢູ່ໃສ ‘ພໍ່ຢູ່ເທິງສະຫວັນບໍ? ຫຼືວ່າຊີວິດພໍ່ດັບສູນໄປແລ້ວ’ ຂ້ອຍອິດສາເດັກນ້ອຍຄົນອື່ນໆທີ່ພໍ່ຂອງເຂົາເຈົ້າຍັງມີຊີວິດຢູ່.
ຂ້ອຍໄປບ່ອນຝັງສົບເກືອບທຸກມື້ເປັນເວລາຫຼາຍປີແລະຄູ້ເຂົ່າຕໍ່ໜ້າຫຼຸມສົບພໍ່. ແລ້ວອະທິດຖານວ່າ “ຂ້າແຕ່ພະເຈົ້າ ຂ້ອຍຢາກຮູ້ວ່າພໍ່ຂ້ອຍຢູ່ບ່ອນໃດ” ແລະກໍຍັງອະທິດຖານຂໍພະອົງຊ່ວຍໃຫ້ຂ້ອຍເຂົ້າໃຈຄວາມໝາຍຂອງຊີວິດນຳ.
ເມື່ອອາຍຸໄດ້ 13 ປີ ຂ້ອຍຕັດສິນໃຈຮຽນພາສາເຢຍລະມັນຍ້ອນຄິດວ່າ ໃນພາສາເຢຍລະມັນມີປຶ້ມຫຼາຍ ແລະປຶ້ມເຫຼົ່ານັ້ນອາດຈະຕອບຄຳຖາມຕ່າງໆຂອງຂ້ອຍໄດ້. ໃນປີ 1967 ຂ້ອຍໄປຮຽນທີ່ເມືອງເຍນາເຊິ່ງຕໍ່ມາເປັນສ່ວນຂອງປະເທດເຢຍລະມັນຕາເວັນອອກ. ຂ້ອຍຕັ້ງໃຈອ່ານປຶ້ມຂອງນັກປັດສະຍາຂອງຄົນເຢຍລະມັນຫຼາຍຫົວໂດຍສະເພາະທີ່ກ່ຽວກັບຈຸດມຸ່ງໝາຍຂອງຊີວິດມະນຸດ. ເຖິງວ່າຈະມີບາງເລື່ອງທີ່ໜ້າສົນໃຈ ແຕ່ກໍບໍ່ມີເລື່ອງໃດເລີຍທີ່ໃຫ້ຄຳຕອບຈຸໃຈຂ້ອຍ ຂ້ອຍຈຶ່ງອະທິດຖານຕໍ່ໆໄປເພື່ອຈະໄດ້ຄຳຕອບ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ໃນປີ 1970 ຂ້ອຍຍ້າຍກັບມາຮົງກາລີແລະໄດ້ພົບກັບໂຣດສ໌ເຊິ່ງຕໍ່ມາເຮົາໄດ້ແຕ່ງດອງກັນ. ໃນຕອນນັ້ນຮົງກາລີຢູ່ໃຕ້ການປົກຄອງແບບຄອມມູນິດ. ຫຼັງຈາກເຮົາແຕ່ງດອງໄດ້ບໍ່ດົນ ຂ້ອຍກັບໂຣດສ໌ຈຶ່ງຍ້າຍໄປຢູ່ທີ່ປະເທດໂອຕຣິດຊົ່ວຄາວ. ແຕ່ເປົ້າໝາຍແທ້ໆຂອງເຮົາຄືໄປຢູ່ເມືອງຊິດນີ ປະເທດອົດສະຕຣາລີບ່ອນດຽວກັບທີ່ລຸງຂ້ອຍຢູ່.
ບໍ່ດົນຂ້ອຍກໍໄດ້ວຽກເຮັດໃນໂອຕຣິດ. ມື້ໜຶ່ງ ໝູ່ທີ່ເຮັດວຽກບອກວ່າ ຄຳພີໄບເບິນມີຄຳຕອບທັງໝົດທີ່ຂ້ອຍຢາກຮູ້ ລາວໃຫ້ປຶ້ມມາຫຼາຍຫົວທີ່ອະທິບາຍກ່ຽວກັບຄຳພີໄບເບິນ. ຂ້ອຍກະຫາຍຢາກຮູ້ຈຶ່ງອ່ານປຶ້ມເຫຼົ່ານັ້ນຈົບຢ່າງໄວແລະຍັງຢາກຈະຮຽນຮູ້ຫຼາຍຂຶ້ນ. ຂ້ອຍຈຶ່ງຂຽນໄປຂໍປຶ້ມຈາກພະຍານພະເຢໂຫວາເຊິ່ງເປັນຜູ້ຈັດພິມ.
ໃນມື້ຄົບຮອບແຕ່ງດອງປີທຳອິດຂອງເຮົາ ມີໄວລຸ້ນຜູ້ຊາຍທີ່ເປັນພະຍານພະເຢໂຫວາຄົນໂອຕຣິດມາຫາເຮົາຢູ່ເຮືອນ. ລາວເອົາປຶ້ມທີ່ຂ້ອຍຂໍມາໃຫ້ ແລະຊວນຂ້ອຍຮຽນຄຳພີໄບເບິນເຊິ່ງຂ້ອຍກໍຕົກລົງທັນທີ. ເນື່ອງຈາກຂ້ອຍຢາກຮຽນຫຼາຍຂຶ້ນເຮົາຈຶ່ງຮຽນນຳກັນອາທິດລະ 2 ເທື່ອໂດຍແຕ່ລະເທື່ອໃຊ້ເວລາປະມານ 4 ຊົ່ວໂມງ.
ຂ້ອຍຕື່ນເຕັ້ນຫຼາຍກັບເລື່ອງທີ່ໄດ້ຮຽນຈາກຄຳພີໄບເບິນ. ເຂົາເຈົ້າເປີດໃຫ້ຂ້ອຍເບິ່ງຊື່ພະເຢໂຫວາພະເຈົ້າຈາກຄຳພີໄບເບິນພາສາຮົງກາລີ. ຂ້ອຍບໍ່ຢາກຈະເຊື່ອເລີຍວ່າຕະຫຼອດເວລາ 27 ປີທີ່ໄປໂບດ ຂ້ອຍບໍ່ເຄີຍໄດ້ຍິນໃຜເວົ້າເຖິງຊື່ພະເຈົ້າເລີຍຈັກເທື່ອ. ຂ້ອຍປະທັບໃຈກັບຄຳຕອບທີ່ຊັດເຈນແລະມີເຫດຜົນຈາກຄຳພີໄບເບິນ ເຊັ່ນ ຂ້ອຍໄດ້ຮູ້ວ່າຄົນທີ່ຕາຍແລ້ວບໍ່ຮູ້ອັນໃດເລີຍຄືກັບຄົນທີ່ນອນຫຼັບສະໜິດ. (ຜູ້ເທສະໜາປ່າວປະກາດ 9:5, 10; ໂຢຮັນ 11:11-15) ຄຳສັນຍາໃນຄຳພີໄບເບິນເຮັດໃຫ້ຂ້ອຍຮູ້ອີກວ່າ ໃນໂລກທີ່ເປັນອຸທິຍານ “ຄວາມຕາຍຈະບໍ່ມີອີກເລີຍ” (ພະນິມິດ 21:3, 4) ຂ້ອຍຫວັງວ່າຈະໄດ້ເຈິພໍ່ອີກເທື່ອໃນໂລກທີ່ເປັນອຸທິຍານທີ່ເຊິ່ງຈະມີການ “ຟື້ນຂຶ້ນຈາກຄວາມຕາຍ”—ກິດຈະການ 24:15
ໂຣດສ໌ກໍເຕັມໃຈຮຽນຄຳພີໄບເບິນນຳ ພວກເຮົາກ້າວໜ້າໄວຫຼາຍ. ພຽງແຕ່ສອງເດືອນກໍຮຽນຈົບໜຶ່ງເຫຼັ້ມ. ເຮົາເຂົ້າຮ່ວມການປະຊຸມທີ່ພະຍານພະເຢໂຫວາຈັດຂຶ້ນທຸກລາຍການແລະປະທັບໃຈຫຼາຍທີ່ເຫັນເຂົາເຈົ້າຮັກກັນ ເປັນໜຶ່ງດຽວກັນ ແລະພ້ອມຈະຊ່ວຍເຫຼືອກັນ.—ໂຢຮັນ 13:34, 35
ໃນປີ 1976 ຂ້ອຍກັບໂຣດສ໌ກໍຍ້າຍໄປຢູ່ປະເທດອົດສະຕາລີ. ເມື່ອໄປຮອດ ເຮົາກໍຟ້າວໄປຊອກຫາພະຍານພະເຢໂຫວາທັນທີ. ເຂົາເຈົ້າຕ້ອນເຮົາເປັນຢ່າງດີ ໃນປີ 1978 ເຮົາທັງ 2 ຄົນກໍເຂົ້າມາເປັນພະຍານພະເຢໂຫວາ.
ປະໂຫຍດທີ່ໄດ້ຮັບ:
ໃນທີ່ສຸດ ຂ້ອຍກໍໄດ້ຮັບຄຳຕອບສຳລັບຄຳຖາມທີ່ຂ້ອຍສົງໄສມາດົນ. ເມື່ອຂ້ອຍສະໜິດກັບພະເຢໂຫວາພະເຈົ້າຜູ້ເປັນຄືພໍ່ ຂ້ອຍກໍໄດ້ພົບພໍ່ທີ່ດີທີ່ສຸດເທົ່າທີ່ຈະມີໄດ້. (ຢາໂກໂບ 4:8) ຄວາມຫວັງທີ່ຈະເຈິກັບພໍ່ແທ້ໆອີກເທື່ອໃນໂລກທີ່ເປັນອຸທິຍານມີຄວາມໝາຍສຳລັບຂ້ອຍແທ້ໆ—ໂຢຮັນ 5:28, 29
ໃນປີ 1989 ຂ້ອຍກັບໂຣດສ໌ຕັດສິນໃຈກັບໄປຮົງກາລີເພື່ອເຮົາຈະມີໂອກາດເລົ່າເລື່ອງຄວາມເຊື່ອຂອງເຮົາໃຫ້ຍາດພີ່ນ້ອງ ໝູ່ ແລະຄົນອື່ນໆທີ່ເຮົາພົບ. ເຮົາມີໂອກາດສອນຄຳພີໄບເບິນໃຫ້ຮ້ອຍກວ່າຄົນ ແລະມີຫຼາຍກວ່າ 70 ຄົນລວມທັງແມ່ຂອງຂ້ອຍນຳທີ່ເຂົ້າມານະມັດສະການພະເຢໂຫວາຮ່ວມກັບເຮົາ.
ເປັນເວລາເຖິງ 17 ປີທີ່ຂ້ອຍອະທິດຖານເພື່ອໄດ້ຄຳຕອບສຳລັບຄຳຖາມຂອງຂ້ອຍ. ແລະຕອນນີ້ຜ່ານມາ 39 ປີແລ້ວຫຼັງຈາກທີ່ພົບຄຳຕອບ ຂ້ອຍກໍຍັງອະທິດຖານຢູ່ແລະເວົ້າໄດ້ເຕັມປາກເລີຍວ່າ “ຂອບໃຈພະເຢໂຫວາພໍ່ທີ່ຢູ່ໃນສະຫວັນທີ່ຕອບຄຳອະທິດຖານໃນຕອນທີ່ຂ້ອຍຍັງເປັນເດັກນ້ອຍ.”